ແຂວງບໍ່ແກ້ວ ສປປ ລາວ ໄດ້ຈັດງານແຂ່ງຂັນຮາຟມາຣາທອນ ຄັ້ງທີ Ⅲ ເຊິ່ງມີເງິນລາງວັນສູງສຸດມູນຄ່າ 200 ລ້ານກີບ
ເວລາ:2024-04-25 16:31:28
ການແຂ່ງຂັນປະກອບມີ: ຮາຟມາຣາທອນ(21,1 ກິໂລແມັດ), ມິນິມາຣາທອນ(10,5 ກິໂລແມັດ)ແລະ ແລ່ນເພື່ອຄວາມຮັກ(5,20 ກິໂລແມັດ)ເຊິ່ງສາມາດດຶງດູດບັນດານັກກິລາມືອາຊີບ ແລະ ຜູ້ທີ່ມັກໃນການແລ່ນມາຣາທອນຈາກທົ່ວໂລກເຂົ້າຮ່ວມຫຼາຍກວ່າ 2000 ຄົນ, ໃນນັ້ນມີຜູ້ທີ່ມັກໃນການແລ່ນມາຣາທອນຈາກ ສປ ຈີນເຂົ້າຮ່ວມ 44 ຄົນ.
ສຸດທ້າຍແມ່ນນັກກິລາຈາກເຄນຢ້າ ແມັດທິວ ຊໍາເປຣູ ໄດ້ກາຍເປັນຜູ້ຊະນະອັນດັບ 1 ແລະ ນັກກິລາຈາກ ສປ ຈີນ ຢາງ ຕິ້ງຫຼົງ ໄດ້ອັນດັບທີ 9 ໃນການແຂ່ງຂັນຮາຟມາຣາທອນໃນຄັ້ງນີ້.